ສູນລວມ ລະບົບບໍລິການ ແລະ ຄຸ້ມຄອງບໍລິຫານຂໍ້ມູນຂ່າວສານຕະຫລາດແຮງງານ ຂອງ ສປປ ລາວ

ນໍາໃຊ້ເຕັກໂນໂລຊີທັນສະໄໝເພື່ອໃຫ້ບໍລິການສັງຄົມ

ການບໍລິການ

ບັນດາລະບົບທັນສະໄໝທີ່ໃຫ້ບໍລິການສັງຄົມ

Public Employment Service

ລະບົບຊອກວຽກ, ປະກາດຕໍາແໜ່ງງານ ແລະ ອອກໃບຢັ້ງຢືນການວ່າງງານພາຍໃນປະເທດ (PES / EI)

Employment Permit System

ລະບົບຄຸ້ມຄອງ ແລະ ອະນຸຍາດໃຫ້ແຮງງານຕ່າງປະເທດເຂົ້າມາເຮັດວຽກໃນ ສປປ ລາວ (EPS)

Employment Departure System

ລະບົບຄຸ້ມຄອງ ແລະ ອະນຸຍາດໃຫ້ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ (EPD)

Human Resource System

ລະບົບບໍລິຫານແຮງງານພາຍໃນຫົວໜ່ວຍແຮງງານ (HRM)

ກ່ຽວກັບລະບົບ

ຄວາມຫມາຍຄວາມສຳຄັນຂອງລະບົບຂໍ້ມູນຂ່າວສານຕະຫລາດແຮງງານ

•⁠ ⁠ລະບົບຂໍ້ມູນຂ່າວສານຕະຫລາດແຮງງານ ແມ່ນ ບ່ອນເກັບກຳ, ສັງລວມ, ວິເຄາະ, ວິໄຈ, ຕິດຕາມ ກວດກາ, ຈັດເປັນລະບົບ, ຮັກສາ, ເຜີຍແຜ່ ແລະ ສະຫນອງ ຂໍ້ມູນ ຂ່າວສານ ກ່ຽວກັບສະພາບຂອງການມີວຽກເຮັດງານທຳ, ຄວາມຕ້ອງການ ແລະ ການສະໜອງແຮງງານ, ແຮງງານຕ່າງປະເທດທີ່ເຮັດວຽກ ຢູ່ ສປປ ລາວ, ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ, ຄ່າແຮງງານ, ເງິນເດືອນ ແລະ ຂໍ້ມູນອື່ນຯ (ກົດຫມາຍ ວ່າດ້ວຍການຈັດຫາງານ ມ.33)

•⁠ ⁠ລະບົບຂໍ້ມູນຂ່າວສານຕະຫລາດແຮງງານ ແມ່ນ ການເຊື່ອມໂຍງ ຂໍ້ມູນຕະຫລາດແຮງງານ ເຂົ້າໃນຖານຂໍ້ມູນທີ່ລວມສູນຢ່າງເປັນລະບົບ ເພື່ອສະໜອງຂໍ້ມູນ ໃຫ້ການສ້າງນະໂຍບາຍດັດສົມມະຫາພາກດ້ານແຮງງານ ແລະ ໃຫ້ບໍລິການແກ່ຜູ້ມີສ່ວນຮ່ວມໃນຕະຫລາດແຮງງານ ເປັນຕົ້ນ ການຊອກຫາວຽກເຮັດງານທຳ, ການປະກາດສະໝັກງານ, ການແນະນຳໃນການເລືອກອາຊີບ, ການສ້າງ ແລະ ການພັດທະນາສີມືແຮງງານ, ລາຍງານໂຄງປະກອບກຳລັງແຮງງານ, ອັດຕາວ່າງງານ, ອາຊີບທີ່ຈະເກີດຂື້ນໃຫມ່, ສະແດງຜົນການປ່ຽນແປງ ແລະ ການພະຍາກອນຂອງຕະຫລາດແຮງງານ (ດຳລັດ ວ່າດ້ວຍ ຂໍ້ມູນຂ່າວສານຕະຫລາດແຮງງານ ມ.13)

ປະສົບບັນຫາໃຊ້ງານລະບົບ

ຖ້າທ່ານປະສົບບັນຫາໃນການໃຊ້ງານລະບົບ ສາມາດຕິດຕໍ່ພົວພັນຫາພະແນກພວກເຮົາໄດ້ທຸກວັນ ແລະ ເວລາ ລັດຖະການ.

ຕິດຕໍ່ພົວພັນ

ທີ່ຢູ່

ບ້ານ ໜອງທາໃຕ້, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ

ໂທລະສັບ

+856 21 255906

ອີເມວ

info@lmi.gov.la